Call Now: (020) 5568 2888          info@topsciencelaos.com

ຄວາມ​ສຳ​ຄັນ​ຂອງວິ​ທະ​ຍາ​ສາດ

ຫຼາຍຄົນຖາມວ່າ ເປັນຫຍັງຕ້ອງຮຽນວິທະຍາສາດ? ຄຳຕອບກໍ່ຄື ວິທະຍາສາດ ເປັນພື້ນຖານໃນການກ້າວໄປຫາ ອາຊີບທີ່ຫຼາຍຄົນໃຝ່ຝັນ ເຊັ່ນ: ວິສະວະກອນ, ທ່ານໝໍ, ທັນຕະແພດ, ນັກວິໄຈ, ນັກບິນ, ໂປຼແກຼມເມີ້ ແລະ ອື່ນໆ ທີ່ມີວິທະຍາສາດເປັນພື້ນຖານ. ປະຈຸບັນ ໃນຍຸກ 4.0 ຊຶ່ງບັນດາປະເທດຕ່າງໆ ກໍ່ໄດ້ເລີ່ມຂັບເຄື່ອນປະເທດ ດ້ວຍການສຶກສາເພື່ອສ້າງບຸກຄະລາກອນ ໄປສ້າງສັນ 'ນະວັດຕະກຳ' ຊຶ່ງມີວິທະຍາສາດ ເປັນພື້ນຖານ, ຈຶ່ງເຮັດໃຫ້ 'ຄົນທີ່ເກັ່ງວິທະຍາສາດໄດ້ປຽບ'.

ໃນຍຸກທີ່ມີຂໍ້ມູນຢ່າງຫຼວງຫຼາຍ ຈົນບໍ່ສາມາດຈຳແນກໄດ້ວ່າ ອັນໃດຖືກອັນໃດຜິດ, ເດັກນ້ອຍຈະບໍ່ຖືກຕົວະໄດ້ງ່າຍໆ ເພາະຮູ້ຈັກຄິດ ແລະ ເກີດຄວາມສົງໃສ, ຊຶ່ງພາໃຫ້ເຂົ້າເຈົ້າຕ້ອງໄດ້ພິສູດຫາຄວາມຈິງ ຕາມຫຼັກການວິທະຍາສາດ. ນອກຈາກນັ້ນ, ຜູ້ທີ່ຮຽນວິທະຍາສາດ ກໍ່ສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາ ເພື່ອປະຍຸກໃຊ້ໃນຊີວິດປະຈຳວັນໄດ້ຢ່າງສະດວກ ແລະ ງ່າຍຂຶ້ນ.

ການຮຽນແບບລົງມືປະຕິບັດຕົວຈິງ

  • ການຮຽນດ້ວຍການຟັງການບັນຍາຍ - ການສຶກສາໃນປະຈຸບັນ ເດັກນ້ອຍບໍ່ໄດ້ມີໂອກາດເຮັດທົດລອງພໍເທົ່າໃດ ເຮັດໃຫ້ເກີດຄວາມເບື່ອ ແລະ ບໍ່ມີຄວາມສຸກ ໃນການຮຽນວິທະຍາສາດ. ການຮຽນແບບທ່ອງຈຳ ກໍ່ບໍ່ໄດ້ຊ່ວຍໃຫ້ເຂົ້າໃຈຫຼັກການທາງວິທະຍາສາດຢ່າງເລິກເຊິ່ງ ພາໃຫ້ຮຽນບໍ່ໄດ້ ແລະ ນຳໄປປະຍຸກໃຊ້ບໍ່ໄດ້.
  • ການຮຽນດ້ວຍການລົງມືເຮັດຕົວຈິງ - ນັກຮຽນຈະມີຮອຍຍິ້ມ ແລະ ຮູ້ສຶກຕື່ນເຕັ້ນໃນການຮຽນ, ໄດ້ລົງມືເຮັດການທົດລອງດ້ວຍຕົນເອງ, ທັງມ່ວນ ແລະ ເຂົ້າໃຈ, ສາມາດນຳໄປປະຍຸກໃຊ້ກັບສິ່ງຕ່າງໆໃນຊີວິດປະຈຳວັນ, ເຮັດໃຫ້ເກີດຄວາມມັກ ແລະ ແຮງຈູງໃຈໃນການຮຽນ.
  • ການລົງມືເຮັດຕົງຈິງ ເປັນວິທີການຮຽນຮູ້ທີ່ດີທີ່ສຸດ ຈາກຜົນການວິໄຈຂອງ NTL Institute ຊຶ່ງສະແດງໃຫ້ເຫັນປະສິດທິພາບຂອງການຮຽນຮູ້ໃນຮູບແບບຕ່າງໆ ຜ່ານ Retention Rate ຂອງຜູ້ຮຽນ ດັ່ງທີ່ໄດ້ສະແດງໃຫ້ເຫັນໃນ ປີຣາມິດແຫ່ງການຮຽນຮູ້ (Learning Pyramid) ລຸ່ມນີ້:

ເປັນຫຍັງຈຶ່ງສອນວິທະຍາສາດໃຫ້ເດັກນ້ອຍປະຖົມ

ເດັກນ້ອຍໃນໄວປະຖົມ ເປັນໄວທີ່ບໍ່ຮູ້ຈັກອາຍ, ມັກຊອກຮູ້ ຊອກເຫັນ ມັກຖາມ ແລະ ຄົ້ນຫາຄຳຕອບ. ການທີ່ເຂົາເຈົ້າໄດ້ມີໂອກາດ ໃນການຮຽນດ້ວຍການລົງມືເຮັດຕົວຈິງ ເຮັດໃຫ້ເຂົາເຈົ້າສາມາດພັດທະນາທັກສະການຮຽນຮູ້ ຢ່າງເປັນລະບົບ. ເດັກນ້ອຍໃນໄວນີ້ ຖືເປັນໂຄ້ງສຸດທ້າຍຂອງການພັດທະນາທັກສະການຮຽນຮູ້, ເວລາເຮັດອັນໃດອັນໜຶ່ງ ເສັ້ນໄຍປະສາດ ຈະມາເຊື່ອມກັນ ແລະ ຖືກພັດທະນາຂຶ້ນໄປເລື້ອຍໆ. ກົງກັນຂ້າມ, ຖ້າສ່ວນໃດບໍ່ຖືກໃຊ້ງານ ກໍ່ຈະບໍ່ຖືກພັດທະນາ ແລະ ຈະເຊື່ອມລົງໄປ ຊຶ່ງຖ້າກາຍໄວປະຖົມໄປແລ້ວ ທັກສະການຮຽນຮູ້ ກໍ່ຈະພັດທະນາໄປໄດ້ຍາກ.