Call Now: (020) 5568 2888          info@topsciencelaos.com

About Top Science Laosກ່ຽວກັບ Top Science

ການສອນ ໃນຮູບແບບຂອງ Top Science ເປັນວິທີການສອນຮູບແບບໃໝ່ ທີ່ເນັ້ນການຮຽນວິທະຍາສາດຜ່ານການລົງມືທົດລອງດ້ວຍຕົນເອງ, ວິທີນີ້ໄດ້ປະສົບຜົນສຳເລັດ ໃນປະເທດເກົາຫຼີໃຕ້ ຊຶ່ງຖືໄດ້ວ່າເປັນໜຶ່ງໃນຫຼາຍປະເທດ ທີ່ມີລະບົບການສຶກສາທີ່ດີທີ່ສຸດຂອງໂລກ.

ລະບົບການສອນແບບ Top Science ໄດ້ຖືກຄິດຄົ້ນ ແລະ ພັດທະນາຢ່າງຕໍ່ເນື່ອງຕັ້ງແຕ່ປີ ຄສ. 2001 ໂດຍ ທ່ານ Kim Byung Hun ຜູ້ທີ່ໄດ້ຕິດພັນ ແລະ ເຮັດວຽກດ້ານວິຊາການໃນກະຊວງ ສຶກສາທິການ ຂອງປະເທດເກົາຫຼີໃຕ້ເປັນເວລາດົນນານ ແລະ ໄດ້ຖືກເລືອກໃຫ້ເປັນຜູ້ນຳ ໃນດ້ານການສຶກສາທາງວິທະຍາສາດຂອງປະເທດເກົາຫຼີໃຕ້ (Korea Power Leader in Science Education Field 2016) ໃນປີ ຄສ. 2016 ຈາກ Korean National Assembly.

ເພືີ່ອເປັນການສ້າງໂອກາດໃຫ້ລູກຫຼານລາວ ຜູ້ທີ່ຈະເປັນຜູ້ພັດທະນາປະເທດໃນໄລຍະຕໍ່ໄປ ໄດ້ມີໂອກາດສຳພັດການຮຽນຮູ້ແບບໃໝ່ ແລະ ມີປະສິດທິພາບ, ທາງສູນອິນໂນແມັກສ (Innomax) ເຫັນໄດ້ຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ນຳເອົາ Top Science ມາໃນ ສປປ ລາວ.

ທ່ານສາມາດຕິດຕາມການເຄື່ອນໄຫວຂອງ Top Science Laos ຜ່ານ Facebook Page https://www.facebook.com/topsciencelaos/ ແລະ LINE ID: @innomax