ຍິນດີຕ້ອນຮັບສູ່ ເວັບໄຊທ໌ ທັອບຊາຍນ໌ ລາວ (Top Science Laos)ທັອບຊາຍນ໌ (Top Science) ເປັນສູນການຮຽນຮູ້ ໂດຍໃຊ້ວິທີການຖ່າຍທອດຄວາມຮູ້ ກ່ຽວກັບວິທະຍາສາດ ແບບໃໝ່ຈາກປະເທດເກົາຫລີໃຕ້ ສຳລັບເດັກນ້ອຍ ອາຍຸ 6-14 ປີ, ແນໃສ່ເສີມສ້າງທັກສະດ້ານການວິເຄາະ ແລະ ແກ້ໄຂບັນຫາດ້ວຍເຫດ ແລະ ຜົນໃຫ້ແກ່ເດັກນ້ອຍ ໃນການກະກຽມເຂົາເຈົ້າໃຫ້ພ້ອມ ເພື່ອເປັນຜູ້ໃຫຍ່ທີ່ມີຄຸນນະພາບ.
Top Science ໃຫ້ຄວາມສຳຄັນຕໍ່ກັບວິທີການຖ່າຍທອດຄວາມຮູ້ ເພື່ອໃຫ້ເຂົ້າໃຈ ໂດຍທີ່ບໍ່ຕ້ອງເລົ່າຄືນົກແກ້ວ ແລະ ໄດ້ສ້າງວິທີການສິດສອນ ເພື່ອບັນລຸເປົ້າໝາຍດັ່ງນີ້:
ນອກຈາກ, ການສ້າງຄວາມເຂົ້າໃຈອັນເລິກເຊິ່ງ ແລະ ບໍ່ມີວັນລືມໃຫ້ແກ່ນັກຮຽນແລ້ວ, Top Science ຍັງກະຕຸ້ນໃຫ້ນັກຮຽນມີຄວາມຄິດລິເລີ່ມ ໃນການສ້າງນະວັດຕະກຳໃໝ່ໆ ແລະ ເສີມສ້າງທັກສະ ໃນການກ້າສະແດງອອກຢ່າງເໝາະສົມ ຜ່ານການອະທິບາຍແນວຄວາມຄິດຂອງຕົນເອງ ໃຫ້ຜູ້ອື່ນໄດ້ເຂົ້າໃຈຢ່າງມີຈຸດຢືນ ອີງໃສ່ເຫດຜົນທີ່ສາມາດພິສູດໄດ້.

Top Science Summer Camp 2019
Top Science ຊຳເມີ້ແຄ້ມ ວິທະຍາສາດ 2019 ມາແລ້ວ ສຳລັບນ້ອງໆອາຍຸ 9 ຫາ 14 ປີ. ມ່ວນກັບການຮຽນ ແລະ ທົດລອງທາງວິທະຍາສາດ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື, ພ້ອມກັບກິດຈະກຳທີ່ຫຼາກຫຼາຍ ທີ່ເນັ້ນການພັດທະນາທັກສະຊີວິດທີ່ນ້ອງໆຄວນມີຕິດຕົວ....ອ່ານເພີ່ມ

Top Science Open Day
Top Science Open Day ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2019 ເພື່ອໃຫ້ພໍ່ແມ່ ຜູ້ປົກຄອງ ແລະ ລູກຫຼານໄດ້ມາສຳພັດວິທີການຮຽນແບບ Top Science ໂດຍໄດ້ມີການຈຳລອງ ການຮຽນວິທະຍາສາດ ທີ່ພາໃຫ້ເດັກນ້ອຍໄດ້ມ່ວນຊື່ນ ແລະ ໄດ້ຮຽນຮູ້ໄປພ້ອມກັນ....ອ່ານເພີ່ມ